blob: 5a550e03eecbf4888ceefe7c81351a9f71f526a0 [file] [log] [blame]
ມາດຕາ 1: ມະນຸດເກີດມາມີສິດເສລີພາບ ແລະ ສະເໝີໜ້າກັນໃນທາງກຽດຕິສັກ ແລະ ທາງສິດດ້ວຍມະນຸດມີສະຕິສຳປັດຊັນຍະ(ຮູ້ດີຮູ້ຊົ່ວ)ແລະມີມະໂນທຳຈື່ງຕ້ອງປະພຶດຕົນຕໍ່ກັນໃນທາງພີ່ນ້ອງ.
ມາດຕາ 2: ຂໍ້ 1.ຄົນຜູ້ໃດກໍ່ອ້າງຕົນໄດ້ວ່າ:ມີສິດ ແລະ ເສລີພາບທຸກຢ່າງທີ່ໄດ້ປ່າວຮ້ອງຢູ່ໃນປະກາດສະບັບນີ້ໂດຍບໍ່ເລືອກໜ້າ ບໍ່ຈຳກັດເຊື້ອຊາດ,ຜິວເນື້ອ,ເພດ,ສາສະໜາ ຄວາມຄິດເຫັນໃນດ້ານການເມືອງ ຫຼື ອື່ນໆ ກຳເນີດແຫ່ງຊາດຫຼື ສັງຄົມຖານະການມີຊັບສົມບັດມາກ ຫຼື ນ້ອຍ,ມີຕະກຸນ ຫຼື ຖານະອື່ນໆ. ຂໍ້ 2.ອີກປະການໜື່ງ ຈະບໍ່ຈຳກັດຢ່າງໃດໃນການແຕກຕ່າງກັນອັນເນື່ອງມາຈາກລະບຽບການເມືອງການປົກຄອງ ຫຼື ລະຫວ່າງຊາດຂອງປະເທດ ຫຼື ດິນແດນ ຊື່ງບຸກຄົນຜູ້ໃດຜູ້ໜື່ງສັງກັດຢູ່;ດິນແດນນັ້ນຈຳເປັນເອກະລາດຢູ່ໃນຄວາມອາລັກຂາຂອງມະຫາອຳນາດ ຫຼື ບໍ່ມີອິດສະຫຼະ ຫຼື ຖືກລົດອະທິປະໄຕລົງໂດຍຈຳກັດກໍ່ຕາມ.